ບັນຊີເງິນຝາກປະຫຍັດ(ທະນາຄານການຄ້າຕ່າງປະເທດລາວ)
ບໍລິການສ່ວນບຸກຄົນ
| ບັນຊີເງິນຝາກປະຫຍັດ |
|
ທາງ ເລືອກສຳລັບທຸກຄົນທີ່ມີລາຍຮັບປະຈຳ ແລະ ຕ້ອງການສະສົມເງິນໄວ້ເພື່ອນຳໃຊ້ໃນອະນາຄົດ. ທ່ານສາມາດຝາກ ແລະ ຖອນເງິນໄດ້ຕະຫຼອດເວລາ ແລະ ຍັງສາມາດຂໍອອກບັດເອທີເອັມທີ່ມີຄວາມສະດວກໃນການເບີກຖອນເງິນໄດ້ ຕະຫຼອດ 24 ຊົ່ວໂມງ. ທ່ານຈະໄດ້ຮັບດອກເບ້ຍທຸກໆທ້າຍເດືອນ 06 ແລະທ້າຍເດືອນ 12 ພຽງແຕ່ທ່ານຕ້ອງຮັກສາຍອດເງິນໄວ້ໃນບັນຊີຢ່າງໜ້ອຍບໍ່ໃຫ້ຫຼຸດ 50,000 ກີບ, ເງິນໂດລາ 100 ໂດລາ ແລະ ເງິນບາດ 5.000 ບາດ. |
| ຝາກຖອນໄດ້ທຸກສາຂາໃນທົ່ວປະເທດ |
| ເມື່ອທ່ານເປີດບັນຊີນຳທະນາຄານການຄ້າຕ່າງປະເທດລາວ ທ່ານຈະໄດ້ຮັບປື້ມບັນຊີເງິນຝາກເພື່ອໃຊ້ບັນທຶກຍອດເງິນຝາກ ແລະ ລາຍການເຄື່ອນໄຫວທຸລະກຳຕ່າງໆ ທ່ານສາມາດພິມຍອດການເຄື່ອນໄຫວບັນຊີເງິນຝາກຂອງຕົນ ໄດ້ກັບພະນັກງານທະນາຄານທຸກ |
| ໂອນເງິນໄດ້ທຸກສາຂາໃນທົ່ວປະເທດ |
| ທ່ານສາມາດໂອນເງິນຈາກບັນຊີຂອງທ່ານ ໄປຍັງບັນຊີອື່ນ ຂອງທະນາຄານການຄ້າຕ່າງປະເທດລາວ ໄດ້ທົ່ວປະເທດໂດຍ ສາມາດໂອນໄດ້ໃນທຸກສາຂາ ຂອງທະນາຄານການຄ້າຕ່າງປະເທດລາວໃນທົ່ວປະເທດ. |
| ສະດວກທຸກເວລາໃນທຸກສາຂາທົ່ວປະເທດ |
| ທ່ານສາມາດຖອນເງິນສົດຈາກບັນຊີຂອງທ່ານຜ່ານຕູ້ເອທີເອັມຂອງທະນາຄານການຄ້າຕ່າງປະເທດລາວ ໃນເຄືອຂ່າຍ ATM ທຸກສາຂາໃນທົ່ວປະເທດ ນອກນັ້ນ ທ່ານຍັງສາມາດກວດເຊັກຍອດເງິນໃນບັນຊີຂອງທ່ານຜ່ານຕູ້ເອທີເອັມໄດ້ຕະ ຫລອດຊົ່ວໂມງ. |
| ຫລັກການ ແລະ ເງື່ອນໄຂ |
|
ຟັງທັມະ-ໝໍລຳ-ລູກທຸ່ງທີ່ນີ້